ປະຕິຮູບ: ການແກ້ໄຂບັນຫາຂີ້ເຫຍື້ອພາດສະຕິດໃນລາວ ແບບຍືນຍົງ (ແບບໝູນວຽນ).

ປະຕິ ໝາຍເຖິງ “ການປະຕິຮູບ” ຫຼື “ການປະຕິວັດ“, ແລະ ຮູບ ໝາຍເຖິງ “ຮູບພາບ” ຫຼື “ການອອກແບບ” ໃນພາສາລາວ, ເມື່ອເອົາມາລວມເຂົ້າກັນ ຈິ່ງມີຄວາມໝາຍວ່າ ການແປຮູບແບບຂອງຂີ້ເຫຍື້ອພາດສະຕິກ ໃຫ້ກາຍເປັນຜະລິດຕະພັນທີ່ມີມູນຄ່າ ແລະ ປະຕິວັດລະບົບຫ່ວງໂສ້-ມູນຄ່າ ຂອງພາດສະຕິກ.

ຮູບແບບກິດຈະການຂອງພວກເຮົາ

ປະຕິຮູບ ແມ່ນທຸລະກິດຣີໄຊເຄີນພາດສະຕິກທີ່ໃຫ້ຄວາມສຳຄັນກັບລະບົບຫ່ວງໂສ້-ມູນຄ່າ ແຫ່ງທຳອິດຢູ່ ສປປ ລາວ ແລະ ເປັນທຸລະກິດໃນເຄື່ອ (ແຟນຊາຍ) ຂອງບໍລິສັດ ReForm Plastic ເຊິ່ງເປັນທຸລະກິດຣີໄຊເຄີນເພື່ອສັງຄົມ ທີ່ສ້າງຕັ້ງຂຶ້ນຢູ່ປະເທດຫວຽດນາມ. ບໍລິສັດ ReForm Plastic ໄດ້ແກ້ໄຂບັນຫາຂີ້ເຫຍື້ອພາດສະຕິກ ດ້ວຍວິທີການ ແບບໝູນວຽນ ແລະ ຮ່ວມກັບບັນດາຂະແໜງການ ຫຼື ຄົນເກັບຂີ້ເຫຍື້ອຕາມທ້ອງຖະໜົນ ເພື່ອຫັນປ່ຽນຂີ້ເຫຍື້ອພາດສະຕິກມູນຄ່າຕໍ່າ (ເກດຕ່ຳ) ເປັນຜະລິດຕະພັນທີ່ມີຄວາມທົນທານ, ຫຼາກຫຼາຍອະເນກປະສົງ ແລະ ມີຄຸນນະພາບຊັ້ນນຳ ໂດຍຜ່ານຂະບວນການຜະລິດທີ່ເປັນເອກະລັກ, ສ້າງແກ໊ດຄາບອນຕ່ຳ ແລະ ສົ່ງຜົນກະທົບເຊີງບວກຕໍ່ສັງຄົມ ໂດຍການເພີ່ມລາຍຮັບໃຫ້ແກ່ຄົນເກັບຂີ້ເຫຍື້ອຈຳນວນຫຼາຍ.

ດ້ວຍການນໍາໃຊ້ແບບແຜນທຸລະກິດສັງຄົມ, ປະຕິຮູບ ມີຈຸດປະສົງເພື່ອ:

ປ່ຽນຂີ້ເຫຍື້ອພາດສະຕິກຄຸນຄ່າຕ່ຳ (ເກດຕ່ຳ) ໃຫ້ເປັນຜະລິດຕະພັນທີ່ມີຄຸນຄ່າ ແລະ ເປັນທີ່ຕ້ອງການຂອງຕະຫຼາດ.
ຫຼຸດຜ່ອນມົນລະພິດພາດສະຕິກໃນຂອບເຂດຕົວເມືອງ ແລະ ຊົນນະບົດ ຢູ່ ສປປ ລາວ ໂດຍຜ່ານແຮງຈູງໃຈໃນການນຳກັບມາໃຊ້ໃໝ່ (Recycle).
ປູກຈິດສຳນຶກ ແລະ ຍົກລະດັບຄວາມຮັບຮູ້ ໃຫ້ແກ່ບັນດາທຸລະກິດທ້ອງຖິ່ນ, ຊຸມຊົນ ແລະ ໄຮງຮຽນ ກ່ຽວກັບໄພອັດຕະລາຍດ້ານສຸຂະພາບ ແລະ ສິ່ງແວດລ້ອມ ຂອງມົນລະພິດພາດສະຕິກ, ແລະ ຄວາມສຳຄັນຂອງການແຍກສິ່ງເສດເຫຼືອ.
ສ້າງວຽກເຮັດງານທຳ ແລະ ສົ່ງເສີມລະບົບເສດຖະກິດໝູນວຽນໃນລາວ ດ້ວຍການສົ່ງເສີມ-ໝູນໃຊ້ລະບົບການຈັດເກັບສິ່ງເສດເຫຼືອທີ່ແຂງແກ່ນທີ່ມີຢູ່ແລ້ວ, ຄົນເກັບສິ່ງເສດເຫຼືອຕາມທ້ອງຖະໜົນ, ພາກສ່ວນທີ່ກ່ຽວຂ້ອງ ແລະ ຄູ່ຮ່ວມງານອື່ນໆ.

ການແກ້ໄຂບັນຫາ (ທາງອອກ) ຂອງພວກເຮົາ

ພວກເຮົາຈັດການກັບສິ່ງທ້າທາຍຕົ້ນຕໍ ສີ່ ປະການ ໃນການບໍລິຫານຈັດການກັບຂີ້ເຫຍື້ອພາດສະຕິກ ໂດຍຜ່ານວິທີການແບບໃໝ່ ແລະ ສາມາດໝູນວຽນ (ເປັນວົງກົມ) ດັ່ງນີ້.

ບໍ່ມີຄຸນຄ່າ

ສິ່ງເສດເຫຼືອຈໍານວນຫຼວງຫຼາຍທີ່ຖືກຖີ້ມໄປສູ່ສະໜາມຂີ້ເຫຍື້ອແມ່ນພາດສະຕິກທີ່ມີຄຸນຄ່າຕໍ່າເຊັ່ນ: ຖົງຢາງ, ຢາງຫຸ້ມຫໍ່, ກ່ອງໂຟມ, ແລະ ຢາງອື່ນໆ. ເຊິ່ງຖືວ່າມີມູນຄ່າຕໍ່າ ຍ້ອນວ່າພວກມັນມັກຈະບໍ່ສາມາດນໍາກັບມາໃຊ້ໃໝ່ໄດ້ ແລະ ບໍ່ຄຸ້ມຄ່າໃນການນຳກັບມາໃຊ້ໃໝ່.

ບໍ່ມີການແຍກສິງເສດເຫຼືອ

ການຂາດໂຄງການ ແລະ ບໍລິການລີໄຊເຄີນທີ່ເປັນຮູບປະທຳ ກໍເປັນອຸປະສັກໃນການຄັດແຍກສິ່ງເສດເຫຼືອແກ່ປະຊາຊົນ.

ບໍ່ມີການຮັບເກັບ

ສິ່ງເສດເຫຼືອທີ່ສາມາດລີໄຊເຄີນໄດ້ ຍັງບໍ່ຖືກເກັບແຍກອອກຕ່າງຫາກ (ຈາກສິ່ງເສດເຫຼືອທົ່ວໄປ). ບໍລິການຮັບເກັບສິ່ງເສດເຫຼືອ

ບໍ່ມີການແປຮູບ

ຜ່ານຂະບວນການທີ່ງ່າຍດາຍ ແລະ ເປັນວົງວຽນ ໃນການປ່ຽນສິ່ງເສດເຫຼືອໃຫ້ເປັນຜະລິດຕະພັນທີ່ມີເອກະລັກສະເພາະ.

ຂະບວນການຂອງພວກເຮົາ

ເກັບ

ຄັດແຍກ

ບົດ

ຜະລິດ

ຜະລິດຕະພັນຂອງພວກເຮົາ

ຜະລິດຕະພັນ ຂອງປະຕິຮູບ ໃຫ້ຜົນປະໂຫຍດຕໍ່ສັງຄົມ ແລະ ສິ່ງແວດລ້ອມຢ່າງຫຼວງຫຼາຍ ພ້ອມທັງມີປະສິດທິພາບ ແລະ ໃຫ້ຄຸນນະພາບທີ່ດີກວ່າ. ແຜ່ນອັດພາດສະຕິກຂອງພວກເຮົາ ແມ່ນຜະລິດຈາກວັດຖຸດິບທີ່ມີມູນຄ່າຕໍ່າ ພາຍໃຕ້ອົງປະກອບຂອງວັດສະດຸຢ່າງພິທີພິຖັນ ພ້ອມດ້ວຍເຕັກໂນໂລຢີແປຮູບທີ່ທັນສະໄໝ ເພື່ອຜະລິດແຜ່ນອັດທີ່ມີຂໍ້ດີຫຼາຍປະການ ແລະ ດີກວ່າແຜ່ນອັດທົ່ວໄປ ຫຼື ໄມ້ແປ້ນອັດປະສົມອື່ນໆ. ເໝາະທີ່ສຸດສໍາລັບການໃຊ້ໃນວຽກງານການກໍ່ສ້າງ, ເຟີນີເຈີ ແລະ ອື່ນໆອີກ!

ພວກ ເຮົາ ໄດ້ ປ່ຽນ ແປງ ສິ່ງ ເສດ ເຫຼືອ ພລາ ສະ ຕິກ3000 ກິ ໂລ

ທີມງານຂອງພວກເຮົາ

ວຽງວິໄລ ພິມມະສອນ

ວຽງວິໄລ ພິມມະສອນ

ຜູ້ຮ່ວມກໍ່ຕັ້ງ, ອຳນວຍການ

Thuy Phuong Nguyen

Thuy Phuong Nguyen

ຜູ້ຮ່ວມກໍ່ຕັ້ງ, ທີ່ປຶກສາດ້ານເຕັກນິກ

ເສີດ ພອນແກ້ວ

ເສີດ ພອນແກ້ວ

ຜູ້ປະສານງານ ການດຳເນີນງານ

ຕູ່ນ ພິມມະສອນ

ຕູ່ນ ພິມມະສອນ

ພະນັກງານ ຜະລິດ

ສຸກ ພິມລະຝັນ

ສຸກ ພິມລະຝັນ

ພະນັກງານ ຜະລິດ

ຕິດຕໍ່ພວກເຮົາມື້ນີ້

ແລະ ໃຫ້ເຮົາແກ້ໄຂວິກິດການຂີ້ເຫຍື້ອພລາສຕິກນໍາກັນ!

ທຸລະກິດເພື່ອສັງຄົມທີ່ຫັນປ່ຽນຂີ້ເຫຍື້ອພາດສະຕິກຢູ່ລາວເຮົາໃຫ້ກາຍເປັນຜະລິດຕະພັນທີ່ມີມູນຄ່າ, ງົດງາມ ແລະ ສາມາດນຳກັບມາໃຊ້ໃໝ່ໄດ້.
ທີ່ຢູ່ຂອງພວກເຮົາ
ບ້ານ ໂນນສະອາດ, ເມືອງ ຫຼວງພະບາງ, ແຂວງ ຫຼວງພະບາງ, ສປປ ລາວ
ຕິດຕໍ່ພວກເຮົາ
Copyright © 2024 Patihoubs